ຜະລິດຕະພັນ ແລະ ເງື່ອນໄຂຜູ້ສະໝັກ
ບໍລິສັດ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄອເອັມ ລາວ ຈໍາກັດ ແມ່ນ ຮັບຈໍານໍາທະບຽນລົດ, ປ່ອຍເງິນກູ້ເພື່ອຊື້ລົດໃຫຍ່ ທັງມື 1 ແລະ ມື 2 ຈາກຮ້ານ ແລະ ບຸກຄົນ, ຮັບປິດຄ່າງວດຈາກບໍລິສັດອື່ນ ສຳລັບຄົນທີ່ຕ້ອງການເງິນດ່ວນ ບໍ່ວ່າຈະເປັນພະນັກງານເອກະຊົນ, ພະນັກງານລັດ ແລະ ເຈົ້າຂອງທຸລະກິດໃນທຸກປະເພດຂະແໜງອາຊີບ, ທ່ານກໍສາມາດເຂົ້າເຖິງໄດ້ ແລະ ທີ່ສຳຄັນ ສັນຍາເປັນເງິນກີບ, ສາມາດນໍາໃຊ້ລົດໄດ້ປົກກະຕິ, ບໍ່ຈຳເປັນຕ້ອງມີຄົນຄ້ຳປະກັນ ແລະ ບໍ່ຕ້ອງໂອນທະບຽນລົດ.
- ①. ເງື່ອນໄຂຜູ້ສະໝັກກູ້ຢືມສິນເຊື່ອ
- ②. ເອກະສານປະກອບໃນການສະໝັກ
- ຜູ້ສະໝັກຕ້ອງມີອາຍຸ 20-60 ປີ ຕາມວັນທີເຮັດສັນຍາ
- ສຳລັບບຸກຄົນທົ່ວໄປ
- ສຳເນົາບັດປະຈຳຕົວ ຫຼື ພາດສະປອດ ຫຼື ປື້ມສຳມະໂນຄົວ (ກໍລະນີທີ່ບັດໝົດອາຍຸແມ່ນໃຫ້ສຳເນົາປຶ້ມສຳມະໂນຄົວຕິດ
ຄັດມາພ້ອມ)
- ໃບຢັ້ງຢືນການເປັນພະນັກງານທີ່ລະບຸເງິນເດືອນ ຫຼື ປຶ້ມບັນຊີທະນາຄານ ແລະ ການເຄື່ອນໄຫວ 06 ເດືອນຍ້ອນຫຼັງ
- ແຜນທີ່ເຮືອນ ແລະ ຮູບເຮືຶອນ / ແຜນທີ່ຂອງສຳນັກງານທີ່ຕົນເຮັດວຽກຢູ່
- ສໍາລັບເຈົ້່າຂອງທຸລະກິດ
- ສຳເນົາໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດ (ສະບັບປະຈຸບັນ)
- ສໍາເນົາໃບທະບຽນອາກອນ ຫຼື ໃບຢັ້ງຢືນການເສຍອາກອນ
- ສໍາເນົາບັດປະຈຳຕົວ ແລະ ປຶ້ມສຳມະໂນຄົວ
ເອກະສານຢັ້ງຢືນທາງການເງິນ ຫຼື ສຳເນົາບັນຊີເງິນຝາກປະຢັດ / ບັນຊີຝາກປະຈຳ / ບັນຊີເງິນຝາກລາຍວັນຍ້ອນຫຼັງ 06 ເດືອນ
